|
 |
 |
 |
 |
 |
ກ່ຽວກັບລາວ
ສປປ ລາວ ຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນ, ໃນເອເຊຍຕາວັນອອກສ່ຽງໃຕ້, ລະຫວ່າງເສັ້ນຂະໜານທີ 14-23 ອົງສາ ເໜືອ ແລະ ເສັ້ນແວງທີ 100-108 ອົງສາຕາເວັນອອກ. ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ. ທິດເໜືອມີຊາຍແດນຕິດກັບປະເທດຈີນ 505 ກິໂລແມັດ, ທິດໃຕ້ມີຊາຍແດນຕິດກັບປະເທດກຳປູເຈຍ 435 ກິໂລແມັດ, ທິດຕາເວັນອອກມີຊາຍແດນຕິດກັບປະເທດຫວຽດນາມ 2,069 ກິໂລແມັດ, ທິດຕາເວັນຕົກມີຊາຍແດນຕິດກັບປະເທດໄທ 1,835 ກິໂລແມັດ ແລະ ທິດຕາເວັນອອກຕົກສ່ຽງເໜືອມີຊາຍແດນຕິດກັບປະເທດມຽນມ້າ 236 ກິໂລແມັດ. ລັກສະນະຂອງປະເທດມີລວງຍາວແຕ່ທິດເໜືອຫາທິດໃຕ້ 1,700 ກິໂລແມັດ, ລວງກວ້າງແຕ່ທິດຕາເວັນອອກຫາທິດຕາເວັນຕົກ ບ່ອນທີ່ກວ້າງສຸດ ຫຼາຍກວ່າ 500 ກິໂລແມັດ ແລະ ບ່ອນແຄບສຸດມີພຽງ 140 ກິໂລແມັດ.
ສປປ ລາວ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ, 3/4 ຂອງເນື້ອທີ່ປະເທດເປັນພູເຂົາ ແລະ ທົ່ງພຽງ. ພູມສັນຖານຂອງປະເທດແບ່ງອອກເປັນ 3 ເຂດທີ່ແຕກຕ່າງກັນ, ທາງທິດເໜືອເປັນພູສູງເຊິ່ງມີຄວາມສູງໂດຍສະເລ່ຍ 1,500 ແມັດ ສູງກວ່າລະດັບນ້ຳທະເລ. ຈອມພູທີ່ສູງທີ່ສຸດແມ່ນພູເບ້ຍຢູ່ໃນແຂວງຊຽງຂວາງ ມີຄວາມສູງ 2,800 ແມັດ. ສາຍພູຫຼວງຍາວອອກໄປທາງທິດຕາເວັນອອກສ່ຽງໃຕ້ໃສ່ພູອານ ເຊິ່ງເປັນພູພຽງທີ່ຄ້ອຍລົງໄປໃສ່ຊາຍແດນຂອງປະເທດກຳປູເຈຍ. ພູພຽງທີ່ໃຫຍ່ທີ່ສຸດມີ 3 ແຫ່ງຄື: ພູພຽງອານໃນແຂວງຊຽງຂວາງ, ພູພຽງນາກາຍໃນແຂວງຄຳມ່ວນ ແລະ ພູພຽງບໍລິເວນທີ່ຢູ່ທາງພາກໃຕ້ຂອງປະເທດລາວ ເຊິ່ງມີຄວາມສູງກວ່າລະດັບນ້ຳທະເລ 1,000 ແມັດ.
ປະເທດລາວນອນຢູ່ໃນເຂດຮ້ອນ ແລະ ສະພາບອາການແມ່ນໄດ້ຮັບອິດທິພົນຈາກລົມມໍລະສຸມ, ສະພາບອາກາດສ່ວນຫຼາຍ ແມ່ນພັດມາຈາກພູທີ່ຢູ່ທາງພາກເໜືອ ແລະ ເຂດທີ່ສູງຢູ່ທາງພາກເໜືອ, ລົມເຄິງຮ້ອນແມ່ນພັດມາຈາກຊາຍແດນທີ່ຕິດກັບປະເທດຫວຽດນາມທາງພາກຕາເວັນອອກ. ອຸນຫະພູມແຕ່ລະມື້ຈະແຕກຕ່າງກັນ ແລະ ອຸຫະພູມໃນຍາມກາງຄືນແມ່ນປະມານ10C.
ປະຊາກອນລາວປະກອບດ້ວຍ 49 ຊົນເຜົ່າ, ໃຊ້ 4 ພາສາ, ອ້າງອີງຈາກຂໍ້ມູນເບື້ອງຕົ້ນທີ່ກຳນົດໃນກອງປະຊຸມສຳມະນາກ່ຽວກັບຊື່ຂອງຊົນເຜົ່າຕ່າງໆ ໃນວັນທີ 13-14 ເດືອນສິງຫາ ປີ 2000.
ຂໍ້ມູນກ່ຽວກັບພູມມີສາດ:

- ຊື່ປະເທດ: ສາທາລະນະລັດປະຊາທິປະໄຕປະຊາຊົນລາວ. (ຊື່ສັ້ນ: ສປປ ລາວ ຫຼື ລາວ)
- ເມືອງຫຼວງ: ນະຄອນຫຼວງວຽງຈັນ.
- ພາສາທາງການ: ພາສາລາວ.
- ຫົວໜ່ວຍເງິນ: ກີບ (ອັດຕາແລກປ່ຽນສະເລ່ຍ: 1 USD = 8,814 ກີບ).
- GMT/ຄວາມແຕກຕ່າງຂອງເວລາໃນທ້ອງຖິ່ນ: GMT + 7 ຊົວໂມງ.
- ສະພາບອາກາດ: ຮ້ອນຊຸ່ມມໍລະສຸມ.
- ມີ 2 ລະດູຄື: ລະດູຝົນແຕ່ເດືອນພຶດສະພາ ຫາ ເດືອນຕຸລາ ແລະ ລະດູແລ້ງແຕ່ເດືອນພະຈິກ ຫາ ເດືອນເມສາ.
ດ້ານກວດກາຫຼັກຂອງປະເທດ:
- ສະໜາມບິນນາໆຊາດວັດໄຕ (ນະຄອນຫຼວງວຽງຈັນ).
- ສະໜາມບິນນາໆຊາດຫຼວງພະບາງ.
- ຂົວມິດຕະພາບ: ຈັງຫວັດໜອງຄາຍ, ຂອງປະເທດໄທ ຫາ ນະຄອນຫຼວງວຽງຈັນ.
- ຊາຍແດນລະຫວ່າງປະເທດ: ຊ່ອງເມັກ, ຈັງຫວັດອຸບົນຣາດຊະທານີ, ຂອງປະເທດໄທ ຫາ ວັງເຕົ່າ, ແຂວງຈຳປາ ສັກ, ຂອງປະເທດລາວ.
- ຊາຍແດນລະຫວ່າງປະເທດ: ຈັງຫວັດມຸກດາຫານ, ຂອງປະເທດໄທ ຫາ ເມືອງໄກສອນພົມວິຫານ, ແຂວງສະ ຫວັນນະເຂດ, ຂອງປະເທດລາວ.
ຂໍ້ມູນການສຶກສາ:
ລະບົບການສຶກສາຢູ່ໃນລາວ
- ກຽມເຂົ້າການສຶກສາ
- ຊັ້ນປະຖົມ (5ປີ)
- ຊັ້ນມັດຖຸຍົມ (4ປີ)
- ຊັ້ນອຸດົມ (3ປີ)
- ຫຼັງຊັ້ນມັດຖະຍົມ (2 ຫາ 6 ປີ)
ສົກຮຽນ (ລະບົບການສຶກສາທົ່ວໄປ)
- ເລີ່ມຕົ້ນພາກຮຽນທີ I, ໂດຍປົກກະຕິແມ່ນ ວັນທີ 1 ເດືອນພະຈັກ.
- ສິ້ນສຸດພາກຮຽນທີ I, ເລີ້ມໃນເດືອນມັງກອນ.
- ເລີ່ມເຂົ້າພາກຮຽນທີ II, ກາງເດືອນມັງກອນ.
- ສິ້ນສຸດພາກຮຽນທີ II, ລະຫວ່າງເດືອນພຶດສະພາ ແລະ ທ້າຍເດືອນມີຖຸນາ.
|
|
 |
 |
 |
 |
|
|
|
Copyright© EDF-Lao
335/25 Sibounheuang 26 road, Sibounheuang Village, Chanthabouly District, Vientiane Capital, Lao PDR,
P.O.Box 7337,
Tel/Fax: +856 21 222720, Tel: +856 21 240300, E-mail: info@edflao.org
|
|