ບັນຫາຂອງສຸຂະພາບຂັ້ນພື້ນຖານທີ່ບໍ່ດີ ເປັນໜຶ່ງໃນບັນຫາຫຼັກທີ່ມີຜົນຕໍ່ການເຂົ້າໂຮງຮຽນຊັ້ນປະຖົມຂອງເດັກ ໃນເຂດພື້ນທີ່ ຊົນນະບົດຂອງປະເທດລາວ. ໂຄງການໄດ້ເນັ້ນການເຂົ້າເຖິງຕົວນັກຮຽນເພື່ອເປີດໂອກາດໃຫ້ມີບໍລິການດູແລສຸຂະພາບຂັ້ນພື້ນ ຖານ, ໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານກ່ຽກັບສະພາບຄວມເປັນຢູ່ຢ່າງຖືກຫຼັກອານາໄມ ແລະ ການປ້ອງກັນໂລກບາງຊະ ນິດ. ໂດຍສະເພາະໃຫ້ຂໍ້ມູນການດູແລສຸຂະພາບຂັ້ນພືນຖານສຳລັບຄູ ແລະ ນັກຮຽນ ແລະ ມອບຊຸດເຄື່ອງມືປະຖົມພະຍາ ບານ ຫຼື ກ່ອງຢາໃຫ້ກັບໂຮງຮຽນທີ່ຢູ່ໃນເປົ້າໝາຍ ເພື່ອໃຫ້ມີການປິ່ນປົວ ແລະ ດູແລສຸຂະພາບຂັ້ນພື້ນຖານຢ່າງຖ່ວງທັນ.
ໂຄງການນີ້ມີຈຸດປະສົງເພື່ອຄຸ້ມຄອງຄ່າໃຊ້ຈ່າຍໃນການດູແລສຸຂະພາບ ແລະ ການສຶກສາຂອງເດັກຢູ່ໃນຄອບຄົວທີ່ທຸກຍາກ ລຳບາກ. ເປົ້າໝາຍຫຼັກກໍ່ເພື່ອແກ້ໄຂການມາເຂົ້າໂຮງຮຽນຂອງເດັກທີ່ອາໃສຢູ່ເຂດຊົນນະບົດ ແລະ ຄົວຄົວທີ່ທຸກຍາກລຳບາກ ເຊິ່ງເມື່ອມາດຕະຖານຂອງການດູແລສຸຂະພາບຕ່ຳກໍ່ມັກຈະນຳໄປສູ່ການເຂົ້າໂຮງຮຽນທີ່ທຸກຍາກ ແລະ ການສຶກສາກໍ່ບໍ່ພຽງພໍ.
ປະຫວັດຄວາມເປັນມາ:
ໂຄງການໄດ້ກໍ່ຕັ້ງຂຶ້ນມາຕັ້ງແຕ່ປີ 2001 ຍ້ອນວ່າມີນັກຮຽນຜູ້ໜຶ່ງທີ່ຊື່ວ່າ: “ບຸນໄລ”. ເມື່ອວັນທີ 27 ຫາ 30 ຂອງ ເດືອນພຶດສະ ພາ ປີ 2001, ຄະນະຜູ້ມອບທຶນກອງໜຶ່ງທີ່ນຳພາໂດຍເຈົ້າເມືອງ ອີຕາກູລະ ມາຈິ ໄດ້ຢ້ຽມຢາມບ້ານປາກທອນ ເມືອງເຫຼົ່າງາມ ແຂວງເຊກອງ ແລະ ພັກອາໃສຢູ່ກັບປະຊາຊົນໃນບ້ານ. ໃນໄລຍະການຢ້ຽມຢາມຂອງທ່ານມີ ນັກຮຽນທຶນຜູ້ ໜຶ່ງທີ່ຊື່ວ່າ ບຸນໄລ ໄດ້ຖືກງູກັດຢູ່ທີ່ມືເບື້ອງຊາຍ. ທຳອິດ ລາວໄດ້ເຂົ້າປິ່ນປົວກັບການຮັກສາຂັ້ນທ້ອງຖິ່ນໃນບ້ານແຫ່ງໜຶ່ງ, ແຕ່ ເນື່ອງຈາກອາການຂອງເດັກຮ້າຍແຮງຫຼາຍ ແລະ ຄອບຄົວຂອງລາວ ກໍ່ທຸກຍາກ, ຄະນະຜູ້ມອບທຶນມີຄວາມກັງວົນຫຼາຍກັບ ບາດແຜຂອງເດັກ. ທາງຄະນະຜູ້ມອບທຶນເປັນຫວ່ງວ່າບາດແຜດັ່ງກ່າວອາດເຮັດໃຫ້ເດັກຕາຍໄດ້ຖ້າການຮັກສາແບບສຸກ ເສີນ ບໍ່ເໝາະສົມ. ໃນ ເວລານັ້ນ ທ່ານ ອາກິໂອະ ເທລຸມາສະ ປະທານຂອງກອງທຶນດາລຸນີ ແລະ ສຸນມິນໄຊ ໄດ້ອະນຸມັດເງິນ ທຶນໃຫ້ເດັກເຂົ້າຮັບການ ຮັກສາໃນນະຄອນຫຼວງວຽງຈັນ
ພາຍຫຼັງທີ່ຄະນະຜູ້ມອບທຶນກັບຄືນສູ່ປະເທດຍີ່ປຸ່ນ, ທ່ານ ເທລຸມາສະ ແລະ ຜູ້ມອບທຶນຈາກຄະນະ ອີຕາກູຣະ ມາຈິ ໄດ້ເພີ່ມເງິນ ທຶນສຳລັບການຮັກສາຂັ້ນສຸກເສີນສຳລັບເດັກ ແລະ ລິເລີ່ມໂຄງການປະກັນສຸຂະພາບຂັ້ນຕົ້ນ ຫຼື ເອີ້ນວ່າໂຄງການ ບຸນໄລ, ໃນ ໂຮງຮຽນຂອງເດັກທີ່ຊື່ວ່າບຸນໄລ ແລະ ຕາມໂຮງຮຽນປະຖົມອື່ນໆ ໃນແຂວງຄຳມ່ວນ ແລະ ແຂວງເຊກອງ.
ເງິນທຶນ:
ທຶນທີ່ໄດ້ມອບຈະຖືກໃຊ້ເພື່ອສ້າງກອງທຶນປະກັນສຸຂະພາບຂັ້ນພື້ນຖານສຳລັບນັກຮຽນຊັ້ນປະຖົມ. ທຶນບາງສ່ວນຈະຖືກໃຊ້ເພື່ອ ຈັດຫາຢາຮັກສາໂລກທີ່ຈຳເປັນທີ່ເກີດຂຶ້ນເປັນປະຈຳໃຫ້ກັບໝູ່ບ້ານຕ່າງໆ.
ການປະຕິບັດງານ ແລະ ການບໍລິຫານ:
ໂຄງການຖືກປະຕິບັດງານໂດຍໜ່ວຍງານປະຈຳໝູ່ບ້ານ ແລະ ໂຮງຮຽນ, ຫ້ອງການສຶກສາປະຈຳເມືອງ, ພະແນກສຶກສາປະ ຈຳແຂວງ ຮ່ວມມືກັບພະ ແນກສາທາລະນະສຸກປະຈຳເມືອງ ແລະ ພາຍໃຕ້ການຄຸ້ມຄອງຂອງ EDF-Lao. ເງິນສາມາດຖອນ ໄດ້ສຳລັບຄ່າຮັກສາຈາກກອງທຶນປະກັນໄພ ແລະ ຫ້ອງການສຶກສາປະຈຳເມືອງຈະເປັນຜູ້ຮັບຜິດຊອບໃນການຮັກສາປຶ້ມ ເງິນຝາກຂອງທະນາຄານ. ເອກະສານທີ່ໃຫ້ບໍລິການທາງການແພດ ຫຼື ໃບ ສັ່ງຢາຈະຕ້ອງໄດ້ສະແດງໃຫ້ເຫັນກ່ອນການຢື່ນຄຳຮ້ອງ. ສ່ວນຜູ້ທີ່ເປັນສະ ມາຊິກໂຄງການຈະຕ້ອງຈ່າຍຄ່າທໍານຽບເປັນເງິນຈຳນວນ 5,000 ກີບ (ຫົວໜ່ວຍເງິນລາວ) ຕໍ່ປີ.
ພືນທີ່ຂອງໂຄງການໃນປະຈຸບັນ:
ໂຄງການດຳເນີນງານຢູ່ໃນ 3 ເມືອງໃນແຂວງຄຳມ່ວນຄື: ເມືອງ ທ່າແຂກ, ຍົມມະລາດ, ຫີນບູນ ແລະ 2 ເມືອງຢູ່ແຂວງເຊກອງ ຄື ເມືອງລາມາມ ແລະ ເມືອງທ່າ ແຕງ.
|