ໂຄງການຝຶກອົບຮົມຄູຊົນເຜົ່າທີ່ອາໃສຢູ່ເຂດຊົນນະບົດໄດ້ເລີ່ມຕົ້ນຂຶ້ນແຕ່ປີ 2004 ຍ້ອນສະພາບເງື່ອນໄຂ ແລະ ຄວາມຈໍາເປັນໃນເຂດຊົນນະບົດ. ໃນບາງ ພື້ນທີ່ທີ່ຫ່າງໄກຊອກຫຼີກ, ມີຄູພຽງຄົນດຽວທີ່ຮັບຜິດຊອບໃນການສອນ ທຸກໆຫ້ອງຕັ້ງແຕ່ ປໍ1 ຫາ ປໍ5. ນອກຈາກນີ້ຄຸນນະພາບຂອງຄູໃນພື້ນທີ່ ເຂດຫ່າງໄກຊອກຫຼີກຍັງມີຢູ່ໜ້ອຍເມື່ອທຽບກັບຄູທີ່ຢູ່ໃນເມືອງຫຼວງ ຫຼື ຕົວເມືອງ ຕ່າງໆ. ເຮົາຮູ້ດີວ່າການຂາດແຄນຄູທີ່ມີຄຸນນະພາບ ແລະ ມາດຕະຖານເປັນ ບັນຫາທີ່ຍິ່ງໃຫຍ່ຂອງວຽກງານທີ່ຕິດພັນກັບ ການພັດທະນາສັງຄົມ ແລະ ເສດຖະກິດຕະຫຼອດເຖິງການປັບປຸງລະບົບການ ສຶກສາໃນເຂດຊົນນະບົດຂອງປະເທດລາວ. ໂຄງການໃຫ້ທຶນຄູຊົນເຜົ່າທີ່ອາໃສຢູ່ເຂດຊົນນະບົດເປັນໂຄງການທີ່ໃຫ້ທຶນການ ສຶກສາສຳລັບນັກຮຽນຊົນເຜົ່າທີ່ຍັງໜຸ່ມນ້ອຍ ຜູ້ທີ່ ຫາກໍ່ສຳເລັດການສຶກສາໃນລະດັບຊັ້ນອຸດົມ ແລະ ຜູ້ທີ່ຕ້ອງການປະກອບ ອາຊີບເປັນຄູສອນ ແລະ ຫວັງວ່າໂຄງການເຫຼົ່ານີ້ ຈະຊ່ວຍປັບປຸງສະພາບການໃນປະຈຸບັນໄດ້.
ຈຸດປະສົງມີ:
-
- ຄູຊົນເຜົ່າທີ່ອາໃສຢູ່ພື້ນທີ່ການສຶກສາ.
-
- ສ້າງຄວາມຮູ້ສຶກຕົວໃນຄວາມສຳຄັນຂອງການສຶກສາປະຊາຊົນເຜົ່າຕ່າງໆພາຍໃນປະເທດ.
-
- ປັບປຸງການສຶກສາຂອງເດັກໃນຊຸມຊົນເຜົ່າຕ່າງໆພາຍໃນປະເທດ.
-
- ລົບລ້າງການບໍ່ຮູ້ໜັງສືຂອງເດັກ ໃນຊຸມຊົນເຜົ່າຕ່າງໆພາຍໃນປະເທດ.
ຜູ້ມອບທຶນການສຶກສາ:
ໃນການສະໜັບສະໜູນທຶນການສຶກສາໃຫ້ກັບນັກຮຽນທີ່ອາໃສ ແລະ ກຳລັງສຶກສາຢູ່ທີ່ວິທະຍາໄລວິຊາຊີບຄູ ເປັນເວລາ 1 ເຖິງ 4 ປີ, ຂຶ້ນຢູ່ກັບຫຼັກສູດ. ໂດຍປົກກະຕິແລ້ວ ການຮຽນສາຍສັງຄົມ, ວິທະຍາສາດ ແລະ ພາສາອັງກິດຈະໃຊ້ເວລາ 3 ຫາ 4 ປີ.
|