ໂຄງການຝຶກອົບຮົມຄູໃນລະດັບຊັ້ນປະລິນຍາໂທມີ 2 ເປົ້າໝາຍ. ສິ່ງທຳອິດຄືການ ໃຫ້ທຶນການສຶກສາແກ່ຄູຊັ້ນອຸດົມທີ່ສອນ ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະສາດ ເພື່ອໃຫ້ພວກເຂົາເຂົ້າຮຽນໃນລະດັບປະລິນຍາໂທຢູ່ທີ່ມະຫາວິທະ ຍາໄລຂອນແກ່ນ, ປະເທດໄທ. ເປົ້າໝາຍທີສອງເພື່ອສົ່ງເສີມການສ້າງສື່ການ ສອນສຳລັບລະດັບມັດຖະຍົມຕອນປາຍ ໂດຍສົ່ງເສີມ ໃຫ້ຮຽນຕໍ່ເພື່ອພັດທະນາ ຄູ່ມືຄູສຳລັບວິຊາຄະນິດສາດ, ຟີຊິກຊາດ, ເຄມີສາດ ແລະ ຊີວະສາດ.
ໂຄງການນີ້ມີຫຼາຍພາກສ່ວນເຮັດວຽກຮ່ວມກັນຄື: ຄະນະສຶກສາສາດ ແລະ ວິທະຍາສາດທຳມະຊາດຂອງມະຫາວິທະຍາ ໄລຂອນແກ່ນ; ກະຊວງສຶກສາທິການ, ຂອງ ສປປ ລາວ; ມະຫາວິທະຍາໄລແຫ່ງຊາດລາວ; EACAT (The East Asian Circle of Applied Technology) ຂອງປະເທດຍີ່ປຸ່ນ; EDF-Thai ແລະ EDF-Japan.
ການມອບທຶນການສຶກສາ:
ທຶນການສຶກສາໄດ້ຄວບຄຸມຄ່າໃຊ້ຈ່າຍທີ່ຈຳເປັນເຊັ່ນ: ຄ່າຮຽນ, ຄ່າສອນພິເສດ, ຄ່າປຶ້ມ ແລະ ເອກະສານອື່ນໆ, ຄ່າອາ ຫານ, ຄ່າທີ່ພັກອາໃສ, ຄ່າປະກັນໄພສຸຂະພາບ ແລະ ຄ່າໃຊ້ຈ່າຍໃນການດຳເນີນງານອື່ນໆ. ເພື່ອໃຫ້ທຶນຊ່ວຍເຫຼືອ.
ຂັ້ນຕອນການສະໝັກ ແລະ ການຄັດເລືອກ:
ສຳລັບທຶນການສຶກສາໄດ້ມີການໂຄສະນາທາງໜັງສືພິມ ຕະຫຼອດເຖິງການບໍລິການລະບົບການສຶກສາ, ຈາກກະຊວງສຶກສາ ເຖິງພະແນກສຶກສາປະຈຳແຂວງ ຈົນເຖິງໂຮງຮຽນອຸດົມທົ່ວປະເທດ. ແບບຟອມສະໝັກມີຢູ່ທົວທຸກພະແນກສຶກສາປະຈຳແຂວງ ແລະ ຫ້ອງການຂອງ EDF-Lao. ຂັ້ນຕອນການສະໝັກເປັນໄປຕາມຫຼັກຂອງຄວາມໂປ່ງໃສ, ຄຸນງາມຄວາມດີ ແລະ ຄວາມປາດຖະໜາອັນແຮງກ້າຕໍ່ການສຶກສາ ເພື່ອໃຫ້ບັນລຸຕາມຈຸດປະສົງຂອງການສຶກສາ. ຫຼັງຈາກທີ່ໄດ້ຮັບແບບຟອມຈະມີ ຂະບວນການປະຕິບັດດັ່ງນີ້:
1. ຄະນະກຳມະການພິເສດປະກອບດ້ວຍ ຕົວແທນຈາກກະຊວງສຶກສາທິການ, ຈາກມະຫາວິທະຍາ ໄລແຫ່ງຊາດ ແລະ EDF-Lao ຈະເປັນຜູ້ສ້າງລາຍຊື່ຂອງຜູ້ສະໝັກທັງໝົດ.
2. ຜູ້ສະໝັກຈະຕ້ອງໄດ້ຜ່ານການເສັງ TOEFL/IELTS ໂດຍ EDF-Lao.
3. ຄະນະກຳມະການພິເສດຈະເປັນຜູ້ສຳພາດໃນຮອບທຳອິດ.
4. ຄະນະກຳມະການຈາກມະຫາວິທະຍາໄລຂອນແກ່ນຈະເປັນຜູ້ສຳພາດໃນຮອບທີສອງ.
5. EDF-Japan ແລະ EDF-Thai ຈະເປັນຜູ້ກວດສອບ.
6. ຂັ້ນຕອນສຸດທ້າຍຄືການຕັດສິນ ແລະ ປະກາດຜົນໃຫ້ກັບຜູ້ສະໝັກທີ່ໄດ້ຮັບທຶນ.
|