  ໂຄງການກໍ່ສ້າງຫໍສະໝຸດໃຫ້ມີປຶ້ມອ່ານ, ປຶ້ມແບບຮຽນ, ປຶ້ມນິທານພື້ນບ້ານ, ປຶ້ມ ນິທານຮູບພາບ ແລະ ປຶ້ມອື່ນໆສຳລັບໂຮງຮຽນຊັ້ນປະຖົມ ແລະ ມັດຖະຍົມ. ປຶ້ມ ຕ່າງໆເປັນເຄື່ອງມືຂອງການຮຽນຮູ້ເຊິ່ງມີຈຳນວນຈຳກັດຫຼາຍສຳລັບເດັກທຸກຄົນ ທີ່ຢູ່ໃນທຸກໆໂຮງຮຽນໃນຊົນນະບົດ. ຫໍສະໝຸດທີ່ໄດ້ບໍລິຈາກປະກອບມີປຶ້ມຕ່າງໆ, ເຄື່ອງຕົບແຕ່ງຫ້ອງ ແລະ ອຸປະກອນອື່ນໆທີ່ຈຳເປັນເພື່ອໃຫ້ບໍລິການເປັນຫໍສະໝຸດ ແລະ ຫໍສະໝຸດເຮັດໜ້າທີ່ເປັນສູນໃຫ້ບໍລິການທາງດ້ານການຮຽນຮູ້ ແລະ ຂ່າວ ສານຕ່າງໆສຳລັບຊຸມຊົນຂະໜາດໃຫຍ່. ຕູ້ສະໝຸດເປັນແບບຫີ້ວໄດ້ (ໂດຍປົກກະຕິແລ້ວມັນມີຂະໜາດ 80 ຊັງຕີແມັດ, 60 ຊັງຕີ ແມັດ, 25 ຊັງຕີແມັດ) ແລະ ມັນໃຊ້ສະລັບເກັບປຶ້ມອ່ານ ແລະ ປຶ້ມຮຽນຈຳນວນໜຶ່ງເພື່ອເປັນອຸປະກອນການອ່ານ ສຳລັບໂຮງຮຽນຊັ້ນປະຖົມທີ່ຢູ່ໃນເຂດຫ່າງໄກຊອກຫຼີກ.
ຈຸດປະສົງ:
-
- ສະໜັບສະໜູນການອ່ານ ແລະ ການຮຽນສະລັບນັກຮຽນຊັ້ນປະຖົມໃນເຂດພື້ນທີ່ຊົນນະບົດ ໂດຍຈັດໃຫ້ມີຕູ້ສະໝຸດ ແລະ ກະເປົ໋າສະໝຸດໃຫ້ກັບໂຮງຮຽນເປົ້າໝາຍ.
-
- ເພີ່ມການເຂົ້າເຖິງການສຶກສາ ແລະ ອຸປະກອນການຮຽນຂອງນັກຮຽນໃນຊົນນະບົດ.
-
- ເພີ່ມການມາເຂົ້າໂຮງຮຽນ ແລະ ເພີ່ມຄຸນນະພາບຂອງການຮຽນຮູ້ ແລະ ສະພາບແວດລ້ອມຂອງໂຮງຮຽນ.
ການບໍລິຈາກຫໍສະໝຸດ:
ການບໍລິຈາກຫໍສະໝຸດ ເປັນການບໍລິຈາກປຶ້ມທີ່ມີຄຸນຄ່າໃຫ້ແກ່ໂຮງຮຽນ ແລະ ຊຸມຊົນ ເພື່ອຫຼຸດຄ່າໃຊ້ຈ່າຍໃນການສ້າງຫໍສະ ໝຸດຫຼາຍໆແຫ່ງ. ປຶ້ມຕ່າງໆທີ່ໄດ້ຈັດຫາມາໂດຍການຮ່ວມມືກັບຫໍສະໝຸດແຫ່ງຊາດ, ເຊິ່ງມີການຈັດໃຫ້ມີການຝຶກອົບຮົມການ ນຳໃຊ້ຫໍສະໝຸດອີກດ້ວຍ.
|