ໂຄງການດັ່ງກ່າວໄດ້ສະໜັບສະໜູນທຶນກ້ອນໜຶ່ງສຳລັບວຽກງານການປູກຝັງ ແລະ ລ້ຽງສັດຂອງໂຮງຮຽນ. ຜົນໄດ້ຮັບຈາກ ການຜະລິດໄດ້ເອົາໄປຂາຍເພື່ອຫາລາຍໄດ້ ແລະ ລາຍໄດ້ທັງໝົດກໍ່ມີການແບ່ງສັນປັນສ່ວນກັນທັງໝົດ (ເຊິ່ງມີຄູ, ຊາວບ້ານ ແລະ ນັກຮຽນ). ລາຍໄດ້ບາງສ່ວນໄດ້ໃຊ້ເປັນເງິນຊ່ວຍເຫຼືອຂອງໂຮງຮຽນດ້ວຍການຊື້ອຸປະກອນການຮຽນຕ່າງໆ ແລະ ບຳ ລຸງຮັກສາໂຮງຮຽນ, ເຄິ່ງໜຶ່ງຂອງລາຍໄດ້ສາມາດນຳໄປໃຊ້ເປັນເງິນໝູນວຽນຂອງກອງທຶນອີກດ້ວຍ. ຈຸດປະສົງຫຼັກຂອງໂຄງ ການແມ່ນເພື່ອໃຫ້ອາຫານທ່ຽງສຳລັບນັກຮຽນທຸກຄົນ, ເພື່ອສົ່ງເສີມລາຍໄດ້ ແລະ ເພື່ອສົ່ງເສີມໃຫ້ມີການນຳໃຊ້ຂໍ້ມູນການຜະ ລິດຮ່ວມກັນລະຫວ່າງຊຸມຊົນທີ່ຢູ່ໃນເຂດຊົນນະບົດ ແລະ ເຂດພື້ນທີ່ທີ່ທຸກຍາກລຳບາກ. EDF-Lao ໄດ້ໃຫ້ຂໍ້ມູນທີ່ຈຳເປັນ, ມີການຝຶກອົບຮົມ ແລະ ໄດ້ຈັດການປະຊຸມສົນທະນາວຽງານຕ່າງໆໃຫ້ຜູ້ບໍລິຫານ ລວມທັງເລື່ອງການຜະລິດ, ເລື່ອງການເງິນ ແລະ ການໃຫ້ຄວາມຮູ້ທາງການຕະຫຼາດ.
ກອງທຶນດັ່ງກ່າວໄດ້ສະໜັບສະໜູນໃຫ້ກັບໂຮງຮຽນທີ່ເປັນເປົ້າໝາຍເປັນເວລາ 3 ປີ ໂດຍການໃຫ້ທຶນເພື່ອສົ່ງເສີມ ແລະ ພັດ ທະນາກິດຈະກຳການປູກຝັງ ຫຼື ລ້ຽງສັດໃຫ້ມີປະໂຫຍດ. ເປົ້າໝາຍຫຼັກຄືການຈັດກິດຈະກຳສຳລັບວຽກງານການປູກຝັງ ແລະ ລ້ຽງສັດຂອງໂຮງຮຽນໃຫ້ສາມາດກຸ້ມຕົວເອງໄດ້.

ຈຸດປະສົງ:
-
- ສ້າງໂອກາດໃຫ້ກັບນັກຮຽນໃນຊັ້ນປະຖົມ ແລະ ມັດທະຍົມທີ່ສົນໃຈເພື່ອຮຽນຮູ້ ນອກຈາກຫຼັກສູດທີ່ເປັນທາງການ ຂອງພວກເຮົາໃນໂຮງຮຽນ, ໄດ້ທັກສະທາງພາກປະຕິບັດຂອງວຽກງານການປູກຝັງ ແລະ ລ້ຽງສັດ, ທັກສະເຫຼົ່ານີ້ຈະຖືກ ນຳໃຊ້ເຂົ້າໃນການດຳລົງຊີວິດຂອງພວກເຂົາໃນອະນາຄົດ.
-
- ສ້າງຕັ້ງໂຮງຮຽນທີ່ເປັນເປົ້າໝາຍ ໂດຍມີການໃຊ້ຂໍ້ມູນຮ່ວມກັນຢູ່ໃນພື້ນທີ່ລະຫວ່າງຊາວບ້ານ ແລະ ນັກຮຽນທີ່ສົນ ໃຈ.
-
- ສ້າງຄວາມເຂັ້ນແຂງຂອງໂຮງຮຽນທີ່ເປັນເປົ້າໝາຍຜ່ານລາຍໄດ້ເສີມ ດ້ວຍກິດຈະກຳໜຶ່ງໂຮງຮຽນໜຶ່ງໂຄງການ ຂອງພວກເຂົາເພື່ອໃຫ້ພວກເຂົາສາມາດປະຕິບັດໂຄງການອາຫານທ່ຽງທີ່ພວກເຂົາໄດ້ສະເໜີໃນອະນາຄົດ.
ການມອບທຶນໜຶ່ງໂຮງຮຽນໜຶ່ງໂຄງການ:
ໂຮງຮຽນຕ່າງໆສາມາດຮັບເງິນຊ່ວຍເຫຼືອໄດ້ສູງສຸດເປັນຈຳນວນ 100,000 ບາດໄທ (ຫົວໜ່ວຍເງິນໄທ) ໃນແຕ່ລະປີເພີ່ມຂຶ້ນ 3 ປີ; ນີ້ຖືວ່າເປັນຄ່າໃຊ້ຈ່າຍໂດຍກົງຂອງໂຄງການ. ຄ່າໃຊ້ຈ່າຍຂອງການດຳເນີນງານໃນການສຶກສາວຽກງານ ການປູກຝັງ ແລະ ລ້ຽງສັດໃຫ້ກັບໂຮງຮຽນທີ່ຢູ່ໃນຊຸມຊົນຕ່າງໆ, ເຊິ່ງໄດ້ວ່າງເງື່ອນໄຂໂດຍ EDF-Lao ມີການຄິດໄລ່ເປັນຄ່າໃຊ້ ຈ່າຍໂດຍກົງ.
ໃບສະເໜີຂອງກອງທຶນຕາມໂຮງຮຽນ:
ໂຮງຮຽນທີ່ສົນໃຈທີ່ຢູ່ໃນພື້ນທີ່ເປົ້າໝາຍສາມາດຮັບເອົາກອງທຶນໜຶ່ງໂຮງຮຽນໜຶ່ງໂຄງການ ດ້ວຍການສົ່ງຂໍ້ສະເໜີໃຫ້ EDF-Lao ກ່ອນມີການປະກາດຢ່າງເປັນທາງການ, ໂດຍປົກກະຕິແລ້ວປະມານເດືອນກຸມພາ. ໂດຍທົ່ວໄປຂໍ້ສະເໜີລວມມີການສະ ໜັບສະໜູນຕ່າງໆທີ່ມີໃຫ້ກັບໂຮງຮຽນ. ຕົວຢ່າງ ວັດຖຸດິບ ແລະ ແຮງງານທີ່ເໝາະສົມທີ່ໃຊ້ໃນພື້ນທີ່ດັ່ງກ່າວເຊັ່ນວ່າ ໄມ້, ປະມານ 94% ຂອງຢອດລວມຜະລິດຕະພັນທີ່ໃຊ້ງົບປະມານໃນການຈັດຫາອຸປະກອນທີ່ຈຳເປັນສຳລັບການຜະລິດ.
ພື້ນທີ່ທີ່ເປັນເປົ້າໝາຍໃນປະຈຸບັນ:
ແຂວງຄຳມ່ວນ
|