ໂຄງການທຶນການສຶກສາຂອງ EDF-Lao (ຮູ້ຈັກກັນດີໃນຊື່ວ່າທຶນດາລຸນີ) ມີຈຸດປະສົງເພື່ອສົ່ງເສີມການສຶກສາຢູ່ເຂດພື້ນທີ່ ທຸກຍາກລຳບາກໃນພາກກາງ ແລະ ພາກໃຕ້ຂອງປະ ເທດລາວ. ຈຸດປະສົງຫຼັກເພື່ອມອບທຶນການສຶກສາໃນລະດັບຊັ້ນປະຖົມ (ປໍ3 ຫາ ປໍ5) ແລະ ຊັ້ນມັດຖະຍົມ (ມໍ1 ຫາ ມໍ3) ໃຫ້ກັບເດັກທີ່ທຸກຍາກຢູ່ຕາມໂຮງຮຽນຕ່າງໆໃນພື້ນທີ່ຊົນນະບົດ, ເພື່ອປັບ ປຸງຄວາມທຸກຍາກຢູ່ໃນຄອບຄົວ ແລະ ສະຖານະທາງການເງິນຂອງຜູ້ປົກຄອງໃນການຈັດຫາວັດສະດຸທີ່ສະໜັບສະໜູນການ ຮຽນຮູ້ ແລະ ເພື່ອຫຼຸດອັດຕາການອອກໂຮງຮຽນຂອງນັກຮຽນໃນຊັ້ນ ປະຖົມທີ່ມີຜົນເນື່ອງມາຈາກຄວາມທຸກຍາກລຳບາກຢູ່ໃນ ຄອບຄົວ ແລະ ການຂາດໂອກາດທາງການສຶກສາ. ນອກຈາກນີ້ ທຶນການສຶກສາຍັງສະໜັບສະໜູນວັດຖຸອຸປະກອນສຳລັບ ການຮຽນ ແລະ ສົ່ງເສີມການຮຽນຮູ້ ສຳລັບເດັກທີ່ເຂົ້າຮຽນຊ້າໃນຊັ້ນປະຖົມ ດ້ວຍວິທີຮຽນເພີ້ມ.
ການມອບທຶນການສຶກສາ
ທຶນການສຶກສາທັງໝົດຖືກມອບໂດຍປະຊາຊົນຊາວຍີ່ປຸ່ນ ແລະ ຫຼາຍໆອົງການຈັດຕັ້ງ ຜ່ານການຊ່ວຍເຫຼືອຂອງສູນ ມິນຊາຍ ໃນປະເທດຍີ່ປຸ່ນ. ການມອບທຶນການສຶກສາສຳລັບເດັກນ້ອຍ ຄົນລາວ ມີມູນຄ່າເທົ່າກັບ 2,000 ບາດ (ຫົວໜ່ວຍເງິນໄທ). ຕໍ່ປີ ສຳລັບ 3 ຊັ້ນຮຽນ (ປີ3 - ປໍ5).
ວິທີການໃຫ້ທຶນການສຶກສາໃນລະດັບຊັ້ນປະຖົມສຶກສາ
ພາບປະກອບຕໍ່ໄປນີ້ສະແດງໃຫ້ເຫັນເຖິງການນຳໃຊ້ວິທີການໃຫ້ທຶນໜຶ່ງທຶນສຳລັບເດັກໜຶ່ງຄົນ.
    ອຸປະກອນການຮຽນປະກອບມີ: ເຄື່ອງແບບນັກຮຽນ, ເຄື່ອງຂຽນ, ປຶ້ມຂຽນ ແລະ ປຶ້ມແຕ້ມຮູບ. ອຸປະກອນການສຶກສາແມ່ນໃຫ້ຕາມການຮຽກຮ້ອງຕ້ອງການຂອງໂຮງຮຽນ ແລະ ປະກອບດ້ວຍ ເຄື່ອງຂຽນ, ປຶ້ມຂຽນ, ອຸປະກອນກິລາ ແລະ ອຸປະກອນທີ່ຈຳເປັນອື່ນໆ.
ຊັ້ນຮຽນເສີມທີ່ຈັດຂຶ້ນໂດຍໂຮງຮຽນໃນເປົ້າໝາຍໃນຫຼາຍໆກິດຈະກຳ ແລະ ຫົວເລື່ອງທີ່ເປັນປະໂຫຍດ. ບັນທຶກໂຮງຮຽນ ແລະ ສົ່ງຄຳຂໍຂອງພວກເຂົາຜ່ານແຜນການຂອງຊັ້ນຮຽນ.
ຂົງເຂດພື້ນທີ່ຂອງໂຄງການໃນປະຈຸບັນ:
ການຊ່ວຍເຫຼືອຂອງທຶນການສຶກສາ ມີການແຈກຢາຍໄປທົ່ວ 4 ແຂວງຄື: ແຂວງຄຳມ່ວນ (ມີ 9 ເມືອງ), ແຂວງສະຫວັນ ນະເຂດ (ມີ 5 ເມືອງ), ແຂວງສາລະວັນ (ມີ 4 ເມືອງ) ແລະ ແຂວງເຊກອງ (ມີ 4 ເມືອງ).

ຂະບວນການເຮັດວຽກ:
EDF-Lao ກຳນົດແຜນການໂດຍການຮ່ວມມືກັນ ແລະ ດ້ວຍການຊ່ວຍເຫຼືອຂອງ EDF-Japan (ໂດຍໃສ່ຊື່ວ່າ: ສູນມິນໄຊ) ແລະ ກອງທຶນການສຶກສາເພື່ອການພັດທະນາປະຈຳປະເທດໄທ (EDF). ຄວາມສຳເລັດເກີດຈາກການດຳເນີນງານ ແລະ ການໃຊ້ງານຂອງແຜນການ ໂດຍການຮ່ວມມືກັບ ກົມການສຶກສາຂັ້ນກຽມປະຖົມ ແລະ ມັດຖະຍົມ (DPPE), ກົມການສຶກສາ ຂັ້ນມັດຖະຍົມ, ກະຊວງສຶກສາ, ພະແນກສຶກສາປະຈຳແຂວງ, ຫ້ອງການສຶກສາປະຈຳເມືອງ, ໂຮງຮຽນ ແລະ ເຈົ້າໜ້າທີ່ ປະຈຳທ້ອງຖິ່ນ.
|