|
ໂຄງການ ທຶນການສຶກສາ
ເນື່ອງຈາກບັນຫາຄວາມທຸກຍາກເປັນບັນຫາດົນທານທີ່ສົ່ງຜົນກະທົບຕໍ່ການພັດທະນາການສຶກສາ ແລະ ການຫຼຸດຜ່ອນບັນຫາ ຄວາມທຸກຍາກຈະຕ້ອງໄດ້ມີການສຶກສາຄົນຍຸກໃໝ່ຢູ່ໃນລາວ, ສະນັ້ນການສຶກສາ ໃນຊັ້ນປະຖົມຈຶ່ງກາຍເປັນຈຸດມຸ່ງໝາຍຂອງ ການເຮັດວຽກຂອງພວດເຮົາ ແລະ ຈະຕ້ອງໄດ້ມີການເນັ້ນ ໜັກບັນຫາດັ່ງກ່າວອີກດ້ວຍ. ອັດຕາການອອກໂຮງຮຽນ ແລະ ການບໍ່ຮູ້ໜັງສືໄດ້ສະແດງໃຫ້ພວກ ເຮົາຮູ້ເຖິງຄວາມຕ້ອງການໃຫ້ມີການພັດທະນາການສຶກສາ. ເດັກນ້ອຍຫຼາຍພັນຄົນທີ່ອາໃສຢູ່ເຂດຊົນ ນະບົດບໍ່ມີໂອກາດໄດ້ເຂົ້າໂຮງຮຽນ, ຂາດແຄນອຸປະ ກອນໃນການຮຽນ ແລະ ຂາດສະພາບແວດລ້ອມ ທີ່ສະໜັບສະໜູນການສຶກສາຂອງພວກເຂົາ. ເດັກນ້ອຍຫຼາຍຄົນຈຳເປັນຕ້ອງໄດ້ຊ່ວຍວຽກພໍ່ແມ່ຂອງເຮົາ ເຈົ້າຢູ່ໄຮ່ນາ ຫຼື ຢູ່ທີ່ບ້ານ ຫຼື ເປັນແຮງງານ.
EDF-Lao ໄດ້ກໍ່ຕັ້ງຂຶ້ນເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມການສຶກສາລະດັບຊັ້ນປະ ຖົມ ໃນເຂດຊົນນະບົດ ທີ່ຕ້ອງການຄວາມຊ່ວຍເຫຼືອມີທຶນການສຶກສາທີ່ມອບໃຫ້ແກ່ເດັກທີ່ຂາດ ໂອ ກາດໃນການສຶກສາເພື່ອສະໜັບສະໜູນໃຫ້ພວກເຂົາໄດ້ເຂົ້າຮຽນຕໍ່ໃນລະດັບຫ້ອງ ປໍ3 ຈົນສຳເລັດການສຶກສາໃນຂັ້ນປະຖົມ. ສຳລັບຄອບຄົວຂອງເດັກທີ່ບໍ່ສາມາດສະໜັບສະໜູນອຸປະ ກອນການຮຽນໃຫ້ແກ່ລູກຂອງພວກເຂົາສ່ວນຫຼາຍແມ່ນອາໃສຢູ່ເຂດພື້ນທີ່ທຸກຍາກລຳບາກ ແລະ ດຳລົງຊີວິດດ້ວຍການເຮັດໄຮ່ນາແບບເຄື່ອນທີ່ ແລະ ຖາງປ່າງເຮັດໄຮ່ເພື່ອການປູກຝັງ ຫຼື ມີການເຮັດວຽກໜັກທຸກໆມື້ເພື່ອຫາອາຫານຈາກປ່າ.
|
Detail
|
|
ໂຄງການ ຫ້ອງສະມຸດ
ປະມານ 50% ຂອງໂຮງຮຽນຊັ້ນປະຖົມໃນ 4 ແຂວງ ( ແຂວງຄຳມ່ວນ, ແຂວງສະຫວັນນະ ເຂດ, ແຂວງສາລະວັນ ແລະ ແຂວງເຊກອງ ) ມີປຶ້ມຄູ່ມືຄູ ແລະ ປຶ້ມອ່ານບໍ່ພຽງພໍສຳລັດ ເດັກ. ໂຄງການກໍ່ສ້າງຫໍສະໝຸດໂດຍຈັດໃຫ້ມີຫໍສະໝຸດ, ຕູ້ສະໝຸດ ແລະ ກະເປົ໋າສະໝຸດໃຫ້ ກັບໂຮງຮຽນຊັ້ນປະຖົມຕ່າງໆໃນຂົງເຂດຊົນນະບົດທີ່ຕ້ອງການຄວາມຊ່ວຍເຫຼືອ, ເຊິ່ງມີບົດບາດສຳຄັນໃນການສົ່ງເສີມການສຶກສາຂັ້ນພື້ນຖານໃນຂັ້ນພື້ນຖານໃນເຂດພື້ນທີ່ຫ່າງໄກຊອກຫຼີກໃນຊົນນະບົດ.
|
Detail
|
|
ໂຄງການຝຶກອົບຮົມຄູໃນລະດັບປະລິນຍາໂທ (TTM)
ໂຄງການຝຶກອົບຮົມຄູຄັ້ງທຳອິດທີ່ກໍ່ຕັ້ງໂດຍ ໂຄງການໂຮຊິໂນະ ໄລຍະທີ I, ໂຄງການໄດ້ ໃຫ້ການສຶກສາ ແລະ ຝຶກອົບຮົມຄູຄົນລາວ, ຄັ້ງທຳອິດກໍ່ຕັ້ງຂຶ້ນໃນປີ 2003 ເພື່ອປັບປຸງ ຄຸນນະພາບຂອງການສຶກສາຊັ້ນອຸດົມໃນປະເທດລາວ. ໃນປີ 2004, ໂຄງການໂຮຊິໂນະ
ໄລຍະທີ II ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 28 ເດືອນເມສາ ເຖິງ ວັນທີ 4 ເດືອນພຶດສະພາ
ປີ 2004 ໂດຍຄະນະສຶກສາສາດຂອງມະຫາວິທະຍາໄລຂອນແກ່ນ. ຈຸດປະສົງຫຼັກຂອງໂຄງ ການໃນໄລຍະທີ II ມີຂຶ້ນເພື່ອປັບປຸງທັກສະຂອງອາຈານສອນວິຊາຄະນິດສາດ ແລະ ວິທະ ຍາສາດທຳມະຊາດຄົນລາວ ແລະ ເພື່ອພັດທະນາວິທີການໃນການສິດສອນ.
ຈຸດປະສົງຂອງໂຄງການເຝຶກອົບຮົມຄູໃນລະດັບຊັ້ນປະລິນຍາໂທ ສຳລັບຄູຄົນລາວທີ່ສອນຢູ່ຊັ້ນ ອຸດົມຈະສືບຕໍ່ດຳເນີນໄປກັບ ໂຄງການໂຮຊິໂນະດ້ວຍການໃຫ້ໂອກາດໃນການສຶກສາຕໍ່ໃນລະ ດັບປະລິນຍາໂທໃຫ້ກັບຄູຄົນລາວທີ່ສອນຢູ່ຊັ້ນອຸດົມສຶກສາ.
ຂັ້ນຕອນທຳອິດຂອງໂຄງການຝຶກອົບຮົມຄູໃນລະດັບປະລິນຍາໂທ ຄືການຝຶກຝົນຄວາມຮູ້ ຄວາມສາມາດຂອງບັນດາຄູຜູ້ທີ່ສ້າງ ຄູ່ມືຄູສຳລັບປຶ້ມແບບຮຽນວິຊາຄະນິດສາດ.
ຂັ້ນຕອນທີສອງ ຄືການຝຶກຝົນຄວາມຮູ້ ຄວາມສາມາດຂອງບັນດາຄູຜູ້ທີ່ສ້າງຄູ່ມືຄູສຳລັບປຶ້ມ ແບບຮຽນວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະສາດ.
|
Detail
|
|
ໂຄງການ ປັນປຶ້ມໃຫ້ນ້ອງ
The textbook situation in Lao PDR is of great concern for the country’s educators at all levels. Textbook supply has depended on government and foreign fundings; its current availability however does not meet national demand. “Book to School Project” provide textbooks to help the underprivileged and disadvantaged children at primary school level in rural areas of Sekong Province,
Detail
|
|
ໂຄງການ ປຸກສ້າງອາຄານຮຽນປະຖົມ (ກາໂຕະ)
ເປັນໂຄງການສ້າງອາຄານຮຽນທີ່ອອກແບບ ແລະ ກວດກາໂດຍ ທ່ານ ທາກາຮິສະ ກາໂຕະ, ນັກສະຖາປານິກຊາວຍີ່ປຸ່ນທີ່ຮູ້ຈັກກັນດີ ແລະ ຍັງເປັນອາສາສະໝັກຂອງໂຄງ ການ, ໂຄງການໄດ້ເນັ້ນໜັກການກໍ່ສ້າງໂຮງຮຽນປະຖົມໃຫ້ກັບໝູ່ບ້ານ ແລະ ຊຸມຊົນໃນ ຂົງເຂດຊົນນະບົດທີ່ຕ້ອງການຄວາມຊ່ວຍເຫຼືອ. ແບບຢ່າງໂຄງສ້າງຂອງໂຮງຮຽນທີ່ຖືກຕົບ ແຕ່ງຢ່າງສົມບູນແລ້ວ , ປະກອບດ້ວຍຫ້ອງຮຽນ 6 ຫ້ອງ ພ້ອມກັບຫ້ອງນ້ຳ 4 ຫ້ອງທີ່ແຍກ ອອກຫ່າງຈາກ ອາຄານຮຽນ.
|
Detail
|
|
ໂຄງການຢ້ຽມຢາມຂອງຜູ້ໃຫ້ທຶນການສຶກສາ
ໂຄງການຢ້ຽມຢາມເຂອງຜູ້ໃຫ້ທຶນການສຶກສເປັນກິດຈະກຳໜຶ່ງທີ່ຂາດບໍ່ໄດ້ໃນການແລກປ່ຽນວັດທະ ນະທຳລະຫວ່າງໝູ່ ບ້ານ ໃນທ້ອງຖິ່ນ ແລະ ຜູ້ໃຫ້ທຶນຊາວຍີ່ປຸ່ນ. ມັນເປັນໂອກາດສຳລັບຜູ້ໃຫ້ທຶນໂດຍກົງສຳລັບເດັກທີ່ຂາດໂອກາດ ແລະ ເພື່ອເຂົ້າຢ້ຽມຢາມພືນທີ່ໂຄງການທີ່ນັກວິຊາ ການ ແລະ ຄອບຄົວຂອງພວກເຂົາອາໃສຢູ່.
ການເດີນທາງສ່ວນໃຫຍ່ຈະຖືກຈັດເປັນກຸ່ມຕາມຄຳຂໍຂອງຜູ້ໃຫ້ທຶນ. ເຖິງຢ່າງໃດກໍ່ຕາມຍັງມີ ການເດີນທາງຂອງຜູ້ໃຫ້ທຶນທຸກໆປີເຊິ່ງມັກຈະຈັດຂຶ້ນໃນເດືອນຕຸລາຂອງທຸກໆປີ ພາຍໃຕ້ໂຄງ ການໃຫ້ທຶນການຊ່ວຍເຫຼືອຂອງ EDF-Lao. ການເດີນທາງເປັນ ການໄປຢ້ຽມຢາມເພື່ອສຶກສາ. ຜູ້ໃຫ້ທຶນສາມາດເຂົ້າຮ່ວມທຸກໆກິດຈະກຳຂອງທ້ອງຖິ່ນ ແລະ ຍັງໄດ້ພັກຄ້າງຄືນຢູ່ໃນໝູ່ບ້ານ ດັ່ງກ່າວ ເພື່ອຮຽນຮູ້ ແລະ ເຂົ້າໃຈວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງຊຸມຊົນດັ່ງກ່າວ. ການເດີນທາງຄັ້ງນີ້ ແມ່ນຈັດຂຶ້ນໂດຍ EDF-Japan ແລະ ດ້ວຍການຮ່ວມມືຂອງ EDF-Lao ແລະ ພະແນກສຶກສາປະຈຳແຂວງ, ຫ້ອງການສຶກສາປະຈຳເມືອງ, ໂຮງຮຽນ ແລະ ໝູ່ບ້ານ ທີ່ກ່ຽວຂ້ອງ.
|
Detail
|
|
ໂຄງການຝຶກອົບຮົມຄູຊົນເຜົ່າ(RET)
ຈຸດປະສົງຂອງການໃຫ້ທຶນການສຶກສາສຳລັບຄູຊົນເຜົ່າທີ່ອາໃສຢູ່ເຂດຊົນນະບົດເພື່ອສົ່ງເສີມການສຶກ ສາຂອງນັກຮຽນທີ່ກຳລັງສຶກສາຢູ່ໂຮງຮຽນວິຊາຊີບຄູ. ຫຼັງຈາກທີ່ສຳເລັດການສຶກສາ, ພວກເຂົາຈະ ກັບໄປຊ່ວຍເຫຼືອຊຸມຊົນຂອງພວກເຂົາທີ່ຢູ່ເຂດພື້ນທີ່ຫ່າງໄກຊອກຫຼີກ. ບັນຫາທີ່ມີຢູ່ໃນຊາດຄືການຂາດແຄນຄູສອນໃນລະດັບຂັ້ນປະຖົມສຶກສາທີ່ມີຄຸນນະພາບ ແລະ ມາດຕະຖານເຊິ່ງມັນເປັນອຸປະ ສັກຫຼັກຂອງການກະກຽມລະບົບການສຶກສາທີ່ດີໃຫ້ກັບເດັກທຸກຄົນຢ່າງເທົ່າທຽມກັນ.
|
Detail
|
|
ໂຄງການປະກັນສຸຂະພາບໃນຊັ້ນປະຖົມ (ໂຄງການບຸນໄລ)
ໂດຍທົ່ວໆໄປແລ້ວ, ປະຊາຊົນທີ່ອາໃສຢູ່ເຂດຊົນນະບົດຂອງແຂວງທາງພາກໃຕ້ ແລະ ຕາມ ຊາຍແດນຂອງປະເທດຍັງອາໃສຢູ່ແບບທຸກຍາກລຳບາກ ແລະ ເປິເປື້ອນ. ເຊື້ອໂລກທີ່ສາມາດຕິດຕໍ່ໄດ້ ແລະ ເຊື້ອໂລກທີ່ບໍ່ສາມາດຕິດຕໍ່ໄດ້ເປັນສາເຫດຫຼັກຂອງການເຈັບປ່ວຍ ແລະ ເສຍຊີວິດຂອງເດັກ ແລະ ເປັນສິ່ງທີ່ອັນຕະລາຍຕໍ່ຜູ້ຄົນທີ່ທຸກຍາກເຫຼົ່ານີ້ໂດຍສະເພາະເດັກທີ່ຖື ວ່າເປັນກຸ່ມສ່ຽງທີ່ສຸດ. ຜົນກະທົບ ຂອງໄພພິບັດເຫຼົ່ານີ້ເກີດຂຶ້ນຈາກການຂາດການສຶກສາ, ຂາດສານອາຫານ, ຂາດນ້ຳທີ່ສະອາດ, ຫ້ອງນ້ຳເປີເປື້ອນ, ສະພາບທີ່ຢູ່ອາໃສທີ່ບໍ່ດີ ແລະ ການໃຫ້ບໍລິການທາງດ້ານການດູແລສຸຂະພາບບໍ່ທົ່ວເຖິງ. ການໃຫ້ບໍລິການ ແລະ ໃຫ້ ຂໍ້ມູນທາງດ້ານສຸຂະພາບຂອງປະຊາຊົນ ທີ່ອາໃສຢູ່ເຂດຊົນນະບົດຂອງປະເທດລາວຍັງຄົງມີໜ້ອຍຫຼາຍ. ລະບົບການດູແລທາງດ້ານສຸຂະພາບເປັນພຽງການໃຫ້ທຶນໃນໄລຍະສັ້ນທາງ ດ້ານສິດທິມະນຸດ ແລະ ຍັງເພິ່ງພາອາໃສການຊ່ວຍເຫຼືອຈາກພາຍນອກຢູ່. ຫຼາຍໆສິ່ງທີ່ອຳ ນວຍຄວາມສະດວກທາງດ້ານສຸຂະພາບ ຕ້ອງໄດ້ມີການປ່ຽນແປງຄືນໃໝ່ຢ່າງຮີບດ່ວນ ແລະ ຍັງມີບັນຫາການຂາດແຄນຢາປົວພະຍາດ ແລະ ອຸປະກອນຊ່ວຍເຫຼືອຕ່າງໆ, ລວມທັງບຸຂະ ລາກອນແພດ ແລະ ຄະນະຜູ້ບໍລິ ຫານອີກດ້ວຍ. ເພາະສະນັ້ນ,ໂຄງການປະກັນສຸຂະພາບ ໃນຊັ້ນປະຖົມໂດຍການມອບທຶນຊ່ວຍເຫຼືອຜ່ານ EDF-Lao ຈະຍັງຄົງມີຢູ່ເພື່ອສ້າງເງື່ອນໄຂ ໃນການດູແລສຸຂະພາບຂອງປະຊາຊົນທີ່ອາໃສຢູ່ເຂດຊົນນະບົດໃນປະເທດລາວໃຫ້ດີຂຶ້ນ.
Detail
|
|
ໂຄງໜຶ່ງໂຮງຮຽນໜຶ່ງໂຄງການ(OSOP)
ໂຄງການໜຶ່ງໂຮງຮຽນໜຶ່ງໂຄງການໄດ້ສົ່ງເສີມໃຫ້ລາຍຮັບທີ່ໄດ້ຈາກການຜະລິດເພີ່ມຂຶ້ນ ແລະ ເປັນກິດຈະກຳການສ້າງອາຫານໃຫ້ກັບນັກຮຽນ. ໂຄງການໄດ້ເປີດໂອກາດໃຫ້ກັບ ນັກຮຽນ ເພື່ອຮຽນຮູ້ການນຳໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ເຂົ້າໃນ ວຽກງານການປູກຝັງ ແລະ ລ້ຽງສັດ ເຊິ່ງສາມາດຊ່ວຍຈັດຫາອາຫານສຳລັບເດັກ ແລະ ຄູອາຈານຕາມໂຮງຮຽນ ແລະ ໝູ່ບ້ານທີ່ທຸກ ຍາກລຳບາກອີກດ້ວຍ.
|
Detail
|
|
Society of Pedagogy Project (SOP)
SOP Project is a combination of BtoS Project as well as TTM Project. As a long-term change agent, the Society of Pedagogy (SOP) unites together committed, experienced educators and solidly trained teaching graduates from Teacher Training at Master’s Degree (TTM) Program in bringing sustainable quality improvements to the Lao education by researching and developing textbooks, teaching manuals and teaching methods.
Detail
|
|
ໂຄງການຝຶກອົບຮົມຄູ (Hoshino)
ໃນໂຄງການຝຶກອົບຮົມຄູໄດ້ຈັດໃຫ້ມີການຝຶກອົບຮົມວິຊາ ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະສາດ. ໂຄງ ການໄດ້ເລີ່ມມາຕັ້ງແຕ່ປີ 2002 ໂດຍການຊ່ວຍເຫຼືອຂອງ EACAT
(The East Asian Circle of Applied Technology). ຈຸດປະສົງຫຼັກຂອງໂຄງການເພື່ອຝຶກຝົນຜູ້ເຂົ້າອົບຮົມໃນຂັ້ນທ້ອງຖິ່ນ ໂດຍປະຕິບັດການຝຶກອົບຮົມໃນແຂວງທີ່ເປັນເປົ້າໝາຍ. ການຝຶກອົບຮົມເປັນການເສີມສ້າງທັກສະທາງດ້ານວິຊາການ, ຄວາມຮູ້ ແລະ ຄວາມສາມາດໃນການສອນຂອງຄູ.
|
Detail
|