Language:     



                                                                    
   HomeProjectsForumContact USAbout Lao

 
 




 </ 

ເປັນຫຍັງພວກເຮົາຈິ່ງລິເລີ່ມ ໂຄງການປັນປື້ມໃຫ້ນ້ອງ

ສະຖານະ​ການ​ຂອງ​ປຶ້ມ​ແບບຮຽນ​ຢູ່​ສ.ປ.ປ.ລາວ ​ແມ່ນ​ບັນຫາທີ່​ນັກການ​ສຶກສາ​ຫຼາຍ​ລະດັບມີ​ຄວາມ​ກັງວົນ​ເປັນ​ຢ່າງ​ຍິ່ງ.
  ການ​ສະໜອ​ງປຶ້ມ​ແບບຮຽນ​ຜ່ານ​ມາ​ແມ່ນ​ອີງໃສ່​ແຕ່​ພາກ​ລັດຖະບານ​ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ຕ່າງປະ​ເທດ ​ເຊິ່ງສິ່ງ​ທີ່​ມີ​ຢູ່​ໃນ​ປັດຈຸ​ບັນ​ກໍ່ຍັງ​ບໍ່​ທັນ​ພຽງພໍ​ກັບ​ຄວາມຕ້ອງການ​​ໃນ​ທົ່ວ​ປະ​ເທດ. ​ເຊິ່ງຈາກ​ເງື່ອນ​ໄຂ​ດັ່ງ​ກ່າວ ປຶ້ມ​ແບບ​ຮຽນ​ຈຶ່ງ​ໄດ້​ຖືກສະໜອງ​ໃຫ້​ແກ່​ບາງ​ໂຮງຮຽນ​ໃຫ້​​ໄດ້ໃຊ້​ຮ່ວມ​ກັນ ​ແທນ​ທີ່​ຈະ​ແມ່ນນັກຮຽນ​ແຕ່ລະຄົນ​ໃຊ້​ປຶ້ມ​ຫົວ​ໜຶ່ງ ​ເຊິ່ງບໍ່​ເອື້ອ​ອຳນວຍ​ຕໍ່​ການ​ສົ່ງ​ເສີມ​ໃຫ້​ນັກຮຽນ​ມີ​ນິດ​ໃສ​ການ​ຮຽນ​ດ້ວຍ​ຕົນ​ເອງ​ຢູ່​​ເຮືອນ.

ຢູ່​ໃນ​ຫ້ອງ​ຮຽນ, ຍັງ​ມີ​ຄວາມ​ທ້າ​ທາຍ​ສຳລັບ​ນັກຮຽນ ​ແລະ ຄູ​​ເຊັ່ນ​ກັນ ​​ເຊັ່ນ​ນັກຮຽນ​ຜູ້​ໜຶ່ງ ​ໃນ​ແຕ່ລະ​ເທື່ອບໍ່​ສາມາດ​ຢືມ​ປຶ້ມຫົວ​ໜຶ່ງ​ໄປ​ຮຽນ​ຢູ່​ເຮືອນ​ໄດ້​ເລື້ອຍໆ ຫຼື ຄູ​ມີ​ປຶ້ມ​ຄູ່​ມື​ຄູ​ເປັນ​ຂອງ​ຕົນ​ເອງ. ຄູ​ສອນ​ຊັ້ນ​ປະຖົມ​ສຶກສາ​ສ່ວນ​ໃຫຍ່​ແມ່ນນັກຮຽນ​ທີ່​ຈົບ​ຊັ້ນ​ມັດທະຍົມ ​ແມ່ນ​ຕ້ອງ​ອາ​ໃສ​ປຶ້ມ​ຄູ​່ມື​ຄູ​ເປັນ​ຫຼັກ ​ເພື່ອ​ເປັນ​ທິດ​ທາງ​ໃຫ້​ແກ່ການ​​ສອນ ​ເຊິ່ງ​ເປັນ​ເຄື່ອງມື​ທີ່​ພວກ​ເຂົາ​ຍັງ​​ບໍ່​ມີເຊັ່ນ​ກັນ.


ກອງທຶນການສຶກສາເພື່ອການພັດທະນາປະຈຳປະເທດລາວເລີ່ມກໍ່ຕັ້ງຂຶ້ນ ແລະ ປະຕິບັດ​ ໂຄງການມາຕັ້ງແຕ່ປີ 1997 ໂດຍມີຈຸດປະສົງເພື່ອໃຫ້ໂອກາດທາງການສຶກສາແກ່ເດັກ​  ທີ່ທຸກຍາກ​-ຂາດເຂີນຢູ່ໃນປະເທດລາວນອກຈາກນີ້ກອງທຶນການສຶກສາເພື່ອການພັດ
 ທະນາ
ປະຈຳປະເທດລາວຍັງມີຈຸດປະສົງເພື່ອປັບປຸງການສຶກສາໃນລະດັບຂັ້ນປະຖົມສຶກສາ  ເພື່ອຈັດວົງຈອນຂອງຄວາມທຸກຍາກ -​ຂາດເຂີນທີ່ກະທົບກະເທືອໃຈປະຊາ  ຊົນຫຼາຍພັນຄົນໃນປະເທດລາວ. ການປະຕິບັດງານຂອງທຸກໆອົງການຈັດຕັ້ງເປັນພື້ນຖານ​ ຂອງການຜັກດັນສາຍພົວພັນຮ່ວມມືສາກົນ ແລະອາດຈະມີຄວາມເປັນໄປໄດ້ໂດຍການສະ  ໜັບສະ ໜູນຂອງຜູ້ໃຈບຸນຊາວຍີ່ປຸ່ນ ແລະຄວາມເມດຕາກະລຸນາຂອງຫຼາຍໆອົງການຈັດ​ ຕັ້ງ,ຮ່ວມກັບຄວາມຊ່ວຍເຫຼືອໂດຍຜູ້ມີໃຈເມດຕາກະລຸນາຕໍ່ມະນຸດຂອງກອງທຶນການສຶກສາ​ ເພື່ອການພັດທະນາປະຈຳປະເທດຍີ່ປຸ່ນໃນເມືອງໂຕ​ກຽວ.
 

ເທລຸມາສະ ອາກິໂອະ ປະທານຜູ້ກໍ່ຕັ້ງກອງທຶນການສຶກສາເພື່ອການພັດທະນາປະຈຳ ປະເທດລາວເລີ່ມກໍ່ຕັ້ງທຶນດາລຸນີເຊິ່ງເປັນທຶນການສຶກສາສຳລັບເດັກທີ່ທຸກຍາກ-​ຂາດ
ເຂີນໃນປະເທດໄທໃນປີ 1987. ໂຄງການໄດ້ຂະຫຍາຍໄປສູ່​​ແຂວງທາງ
ພາກາງ ​
ແລະ​ ພາກໃຕ້ຂອງປະເທດລາວໃນປີ 1997. ກອງທຶນການສຶກສາເພື່ອການພັດທະນາ
ປະຈຳປະເທດລາວດຳເນີນງານ​​ເພື່ອການຫຼຸດຜ່ອນຄວາມທຸກຍາກ ແລະ ເພື່ອປັບປຸງ
ລະບົບການສຶກສາໂດຍການຮ່ວມມືລະຫວ່າງສອງຝ່າຍຄືພາກສ່ວນລັດຖະບານ ​ແລະ
ພາກສ່ວນ
ຂອງປະຊາຊົນຂັ້ນທ້ອງຖິ່ນ.ພວກເຮົາມີຈຸດປະສົງເພື່ອເພີ່ມພູນສະພາບແວດ​ 
ລ້ອມຂັ້ນພື້ນຖານ ແລະ ຍົກລະດັບຄວາມຕື່ນຕົວຂອງປະຊາຊົນໃນເຂດຊົນນະບົດກ່ຽວ
ກັບຄວາມສຳຄັນຂອງການສຶກສາໂຄງການໃຫ້ທຶນການສຶກສາສຳລັບເດັກໄດ້ເປີດໂອ
ກາດ
ໃຫ້ກັບເດັກທີ່ທຸກຍາກທີ່ອາໃສຢູ່ເຂດຊົນນະບົດໄດ້ເຂົ້າຮຽນໃນລະດັບຂັ້ນປະຖົມ
ສຶກສາ
ໂຄງການກໍ່ສ້າງໂຮງຮຽນປະຕິບັດງານຂຶ້ນ ເພື່ອສ້າງສະພາບແວດລ້ອມຂອງ
ການສຶກສາໃຫ້ເປັນມິດກັບນັກຮຽນມີໂຄງສ້າງແໜ້ນໜາແຂງແຮງ,ພ້ອມການປຸກສ້າງ
ທີ່ປະກອບດ້ວຍສື່ການຮຽນ-​ການສອນທີ່ພຽງພໍເພື່ອຕອບສະໜອງໃຫ້ກັບສະຖານທີ່ຮຽນ
ໃຫ້ມີຄວາມໜ້າສົນໃຈຕໍ່ກັບການສອນການຮຽນ ​ແລະ ກິດຈະກຳອື່ນໆສຳລັບຄູ ​ແລະ ນັກຮຽນໃນທ້ອງຖິ່ນນອກຈາກນີ້ໂຄງການສະໜັບສະໜູນສາຍພົວພັນໃນໂຮງຮຽນປະ
ກອບ
ດ້ວຍໂຄງການປັບປຸງທັກສະຂອງຊີວິດເພື່ອເສີມຂະຫຍາຍລະບົບການສຶກສາຂັ້ນ
ພື້ນຖານໃຫ້ເຂັ້ມແຂງ ແລະ ເພື່ອປັບປຸງສະພາບຄວາມເປັນຢູ່ຂອງປະຊາຊົນໃນເຂດ
ຊົນນະບົດຂອງປະເທດລາວ.ພວກເຮົາມີຄວາມເຊື່ອວ່າເດັກທີ່ຜ່ານການພັດທະນາຄຸນ
ນະພາການສຶກສາ​ ຈະເປັນເສັ້ນທາງທີ່ສຳຄັນສູ່ການທຳລາຍວົງຈອນຂອງຄວາມທຸກ
ຍາກ - ​ຂາດເຂີນທີ່ມີມາຢູ່ໃນປະເທດລາວ.ເຊິ່ງຈະຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍ
ຂອງ “ການສຶກສາສຳລັບທຸກຄົນ” ແລະ ຈະເຮັດໜ້າທີ່ເປັນກຳລັງທີ່ສຳຄັນໃນການ
ຜັກດັນການພັດທະນາຊຸມຊົນຕະຫຼອດໄປເພື່ອສ້າງຄວາມແຕກຕ່າງລະຫວ່າງເດັກ
ດ້ວຍການສຶກສາຈະຕ້ອງໄດ້ມີການປະສານງານທີ່ດີກັບລັດຖະບານດ້ວຍການຊ່ວຍເຫຼືອ
ຈາກຊຸມຊົນຕ່າງປະເທດ ແລະ ການໃຫ້ເງິນບໍລິຈາກໂດຍຜູ້ໃຈບຸນ.




News and Events

HyperLink       








Copyright©le36"> Copyright©EDF-Lao, ICT Staff                                                                                                                                                
Unit 4-5, 3rd floor, Vientiane Commercial Building, 33 Lanexang Ave, Hatsady Village, Chanthabouly District, Vientiane Capital, Lao PDR              
Tel/Fax:(856 21) 222 720, E-mail: info@edflao.org