ກອງທຶນການສຶກສາເພື່ອການພັດທະນາປະຈຳປະເທດລາວເລີ່ມກໍ່ຕັ້ງຂຶ້ນ ແລະ ປະຕິບັດ ໂຄງການມາຕັ້ງແຕ່ປີ 1997 ໂດຍມີຈຸດປະສົງເພື່ອໃຫ້ໂອກາດທາງການສຶກສາແກ່ເດັກ ທີ່ທຸກຍາກ-ຂາດເຂີນຢູ່ໃນປະເທດລາວ. ນອກຈາກນີ້ກອງທຶນການສຶກສາເພື່ອການພັດ
ທະນາປະຈຳປະເທດລາວຍັງມີຈຸດປະສົງເພື່ອປັບປຸງການສຶກສາໃນລະດັບຂັ້ນປະຖົມສຶກສາ ເພື່ອຈັດວົງຈອນຂອງຄວາມທຸກຍາກ -ຂາດເຂີນທີ່ກະທົບກະເທືອນໃຈປະຊາ ຊົນຫຼາຍພັນຄົນໃນປະເທດລາວ. ການປະຕິບັດງານຂອງທຸກໆອົງການຈັດຕັ້ງເປັນພື້ນຖານ ຂອງການຜັກດັນສາຍພົວພັນຮ່ວມມືສາກົນ ແລະອາດຈະມີຄວາມເປັນໄປໄດ້ໂດຍການສະ ໜັບສະ ໜູນຂອງຜູ້ໃຈບຸນຊາວຍີ່ປຸ່ນ ແລະຄວາມເມດຕາກະລຸນາຂອງຫຼາຍໆອົງການຈັດ ຕັ້ງ,ຮ່ວມກັບຄວາມຊ່ວຍເຫຼືອໂດຍຜູ້ມີໃຈເມດຕາກະລຸນາຕໍ່ມະນຸດຂອງກອງທຶນການສຶກສາ ເພື່ອການພັດທະນາປະຈຳປະເທດຍີ່ປຸ່ນໃນເມືອງໂຕກຽວ. |
|
ເທລຸມາສະ ອາກິໂອະ ປະທານຜູ້ກໍ່ຕັ້ງກອງທຶນການສຶກສາເພື່ອການພັດທະນາປະຈຳ ປະເທດລາວ, ເລີ່ມກໍ່ຕັ້ງທຶນດາລຸນີເຊິ່ງເປັນທຶນການສຶກສາສຳລັບເດັກທີ່ທຸກຍາກ-ຂາດ
ເຂີນໃນປະເທດໄທໃນປີ 1987. ໂຄງການໄດ້ຂະຫຍາຍໄປສູ່ແຂວງທາງພາກກາງ
ແລະ ພາກໃຕ້ຂອງປະເທດລາວໃນປີ 1997. ກອງທຶນການສຶກສາເພື່ອການພັດທະນາ
ປະຈຳປະເທດລາວດຳເນີນງານເພື່ອການຫຼຸດຜ່ອນຄວາມທຸກຍາກ ແລະ ເພື່ອປັບປຸງ
ລະບົບການສຶກສາໂດຍການຮ່ວມມືລະຫວ່າງສອງຝ່າຍຄືພາກສ່ວນລັດຖະບານ ແລະ
ພາກສ່ວນຂອງປະຊາຊົນຂັ້ນທ້ອງຖິ່ນ.ພວກເຮົາມີຈຸດປະສົງເພື່ອເພີ່ມພູນສະພາບແວດ
ລ້ອມຂັ້ນພື້ນຖານ ແລະ ຍົກລະດັບຄວາມຕື່ນຕົວຂອງປະຊາຊົນໃນເຂດຊົນນະບົດກ່ຽວ
ກັບຄວາມສຳຄັນຂອງການສຶກສາ. ໂຄງການໃຫ້ທຶນການສຶກສາສຳລັບເດັກໄດ້ເປີດໂອ
ກາດໃຫ້ກັບເດັກທີ່ທຸກຍາກທີ່ອາໃສຢູ່ເຂດຊົນນະບົດໄດ້ເຂົ້າຮຽນໃນລະດັບຂັ້ນປະຖົມ
ສຶກສາ. ໂຄງການກໍ່ສ້າງໂຮງຮຽນປະຕິບັດງານຂຶ້ນ ເພື່ອສ້າງສະພາບແວດລ້ອມຂອງ
ການສຶກສາໃຫ້ເປັນມິດກັບນັກຮຽນ: ມີໂຄງສ້າງແໜ້ນໜາແຂງແຮງ,ພ້ອມການປຸກສ້າງ
ທີ່ປະກອບດ້ວຍສື່ການຮຽນ-ການສອນທີ່ພຽງພໍເພື່ອຕອບສະໜອງໃຫ້ກັບສະຖານທີ່ຮຽນ
ໃຫ້ມີຄວາມໜ້າສົນໃຈຕໍ່ກັບການສອນ, ການຮຽນ ແລະ ກິດຈະກຳອື່ນໆສຳລັບຄູ ແລະ ນັກຮຽນໃນທ້ອງຖິ່ນ. ນອກຈາກນີ້ໂຄງການສະໜັບສະໜູນສາຍພົວພັນໃນໂຮງຮຽນປະ
ກອບດ້ວຍໂຄງການປັບປຸງທັກສະຂອງຊີວິດເພື່ອເສີມຂະຫຍາຍລະບົບການສຶກສາຂັ້ນ
ພື້ນຖານໃຫ້ເຂັ້ມແຂງ ແລະ ເພື່ອປັບປຸງສະພາບຄວາມເປັນຢູ່ຂອງປະຊາຊົນໃນເຂດ
ຊົນນະບົດຂອງປະເທດລາວ.ພວກເຮົາມີຄວາມເຊື່ອວ່າເດັກທີ່ຜ່ານການພັດທະນາຄຸນ
ນະພາບການສຶກສາ ຈະເປັນເສັ້ນທາງທີ່ສຳຄັນສູ່ການທຳລາຍວົງຈອນຂອງຄວາມທຸກ
ຍາກ - ຂາດເຂີນທີ່ມີມາຢູ່ໃນປະເທດລາວ.ເຊິ່ງຈະຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍ
ຂອງ “ການສຶກສາສຳລັບທຸກຄົນ” ແລະ ຈະເຮັດໜ້າທີ່ເປັນກຳລັງທີ່ສຳຄັນໃນການ
ຜັກດັນການພັດທະນາຊຸມຊົນຕະຫຼອດໄປ. ເພື່ອສ້າງຄວາມແຕກຕ່າງລະຫວ່າງເດັກ
ດ້ວຍການສຶກສາຈະຕ້ອງໄດ້ມີການປະສານງານທີ່ດີກັບລັດຖະບານດ້ວຍການຊ່ວຍເຫຼືອ
ຈາກຊຸມຊົນຕ່າງປະເທດ ແລະ ການໃຫ້ເງິນບໍລິຈາກໂດຍຜູ້ໃຈບຸນ. |
|
|
|